ບໍລິສັດ ສະບາຍດີ ເຊົ່າສຶນເຊື່ອ ຈຳກັດ ເປັນຜູ້ນຳດ້ານການເຊົ່າຊື້ ລົດຈັກ ແລະ ລົດໃຫຍ່ໃນ ສປປ ລາວ ບໍລິສັດ ກໍ່ຕັ້ງປີ 2014 ເພື່ອໃຫ້ບໍລິການເຊົ່າຊື້ໃນພື້ນທີ


ປະຈຸບັນ ບໍລິສັດ ສະບາຍດີ ເຊົ່າສຶນເຊື່ອ ຈຳກັດ ມີ ສາຂາ 3 ແຫ່ງ ໃນນະຄອນຫຼວງວຽງຈັນ ຫຼວງພະບາງ ແລະ ສະຫວັນນະເຂດ ແລະ ຈະຂະຫຍາຍອີກ 3 ສາຂາ ໃນປາກເຊ ຊຽງຂວາງ ແລະ ອຸດົມໄຊ ໃນປີ 2021





ການພັດທະນາ



25 ມີນາ 2013      

ໃບຢັ້ງຢືນການຈອງຊື່ ໄດ້ຮັບການອະນຸມັດຈາກກະຊວງອຸດສາຫະກຳ ແລະ ການຄ້າ

4 ທັນວາ 2013     

ໄດ້ໃບຢັ້ງຢືນການຈົດທະບຽນວິສາຫະກິດຈາກກະຊວງອຸດສາຫະກຳ ແລະ ການຄ້າ ດ້ວຍທຶນຈົດທະບຽນ 5,250,000,000 ກີບ

13 ທັນວາ 2013   

ໄດ້ຮັບອະນຸມັດຈາກສຳນັກງານອົງກອນປົກຄອງສ່ວນທ້ອງຖີ່ນ ໃນການຈົດທະບຽນກາປະທັບຂອງບໍລິສັດ

23 ທັນວາ 2013      

ໄດ້ຮັບການອະນຸມັດເລກປະຈຳຕົວຜູ້ເສຍພາສີ ແລະ ຂື້ນທະບຽນພາສີ ຈາກກົມສ່ວຍສາອາກອນ

14 ກໍລະກົດ 2014

ໄດ້ຮັບໃບອະນຸຍາດໃນການປະກອບທຸລະກິດຊົ່ວຄາວ (180ວັນ) ໂດຍການອະນຸມັດຈາກທະນາຄານແຫ່ງ ສປປ ລາວ

21 ຕຸລາ 2014 

ໄດ້ຮັບໃບອະນຸຍາດໃນການປະກອບທຸລະກິດຖາວອນ ໂດຍການອະນຸມັດຈາກທະນາຄານແຫ່ງ ສປປ ລາວ

20 ພະຈິກ 2014     

ເຮັດສັນຍາເຊົ່າສິນເຊື່ອລົດຈັກຄັ້ງທຳອິດຢ່າງເປັນທາງການ

4 ເມສາ 2018 

ໄດ້ຮັບການອະນຸມັດຈາກທະນາຄານແຫ່ງ ສ ປ ປ ລາວ ໃນການເພີ່ມທຶນຈົດທະບຽນ 5,250,000,000 ກີບ ເປັນ 10,250,000,000 ກີບ

31 ກໍລະກົດ 2018 

ໄດ້ຮັບໃບອະນຸຍາດຖາວອນ ໂດຍການອະນຸມັດຈາກທະນາຄານແຫ່ງ ສ ປ ປ ລາວ ເພື່ອປະກອບທຸລະກິດເຊົ່າສິນເຊື່ອທີ່ແຂວງຫຼວງພະບາງ ແລະ ແຂວງ ສະຫວັນນະເຂດ

31 ສີງຫາ 2020 

ໄດ້ຮັບການອະນຸມັດຈາກທະນາຄານແຫ່ງ ສ ປ ປ ລາວ ໃນການເພີ່ມທຶນຈົດທະບຽນຈາກ 10,250,000,000 ກີບ ເປັນ 15,250,000,000 ກີບ

24 ມີນາ 2021 

ໄດ້ຮັບໃບອະນຸຍາດຊົ່ວຄາວ ໂດຍການອະນຸມັດຈາກທະນາຄານແຫ່ງ ສ ປ ປ ລາວ ເພື່ອປະກອບທຸລະກິດເຊົ່າສິນເຊື່ອທີ່ແຂວງຈຳປາສັກ, ແຂວງຊຽງຂວາງ ແລະ ແຂວງອຸດົມໄຊ



ສາຂາ



  • ສາຂານະຄອນຫຼວງວຽງຈັນ (ສຳນັກງານໃຫຍ່)
  • ສາຂາຫຼວງພະບາງ
  • ສາຂາສະຫວັນນະເຂດ