ບໍລິສັດສະບາຍດີເຊົ່າສິນເຊື່ອໄດ້ເຂົ້າຮ່ວມບໍລິຈາກເຄື່ອງອຸປະໂພກ ແລະ ບໍລິໂພກເພຶ່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ່ວມທີ່ ແຂວງ ອັດຕະປື ສປປ ລາວ


ໃນວັນທີ 30 ກໍລະກົດ 2018 ບໍລິສັດສະບາຍດີເຊົ່າສິນເຊື່ອໄດ້ເຂົ້າຮ່ວມບໍລິຈາກເຄື່ອງອຸປະໂພກ ແລະ ບໍລິໂພກເພຶ່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ່ວມທີ່ ແຂວງ ອັດຕະປື ສປປ ລາວ ລວມເປັນມູນຄ່າ 17.530.000 ກີບ ໂດຍມອບຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມເຊິ່ງມີທ່ານ ບຸນຄົງ ຫົງສຸກັນ ຮອງລັດຖະມົນຕີກະຊວງແຮງງານ, ທ່ານປະສົງ ວົງຄຳຈັນ ຫົວໜ້າກົມສັງຄົມສົງເຄາະ ແລະ ທ່ານ ວິໄລ ພັນທະວົງ ຮອງຫົວໜ້າຫ້ອງການເປັນຜູ້ຮັບມອບ.