ບໍລິສັດ ຖິຕິກອນ ຈຳກັດ ( ມະຫາຊົນ ) ຟາກຂ່າວປະຊາສຳພັນ (ສໍາລັບໃນ TK Website ແລະຊ່ອງທາງອື່ນໆ ຂອງ TK ) TK ຮ່ວມມືກັບໜ່ວຍງານພາກລັດ - ເອກະຊົນ ສະໜັບສະໜູນອຸປະກອນປ້ອງກັນໂຄວິດ - 19 ຜ່ານສະຖານທູດໄທ ທີ່ ນະຄອນຫຼວງວຽງຈັນ ເພື່ອມອບແກ່ກອງທັບປະຊາຊົນລາວ


ບໍລິສັດ ຖິຕິກອນ ຈຳກັດ ( ມະຫາຊົນ ) ຫຼື TK ຜູ້ໃຫ້ບໍລິການເຊົ່າສິນເຊື່ອລົດຈັກລາຍໃຫ່ຍໃນປະເທດໄທ ແລະ ເປັນບໍລິສັດແມ່ຂອງ sabaidee leasing Co., Ltd. ຮ່ວມກັບໜ່ວຍງານລັດວິສາຫະກິດ ແລະ ບໍລິສັດເອກະຊົນໄທ ສະໜັບສະໜູນອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍ ມີ ທ່ານພັນເອກ ຊາຕຣີ ແສງທອງສີກະມົນ ຜູ້ຊ່ວຍທູດຝ່າຍທະຫານ ປະຈຳສະຖານທູດໄທ ທີ່ນະຄອນຫຼວງວຽງຈັນ ເປັນຜູ້ມອບອຸປະກອນ ດັ່ງກ່າວເຊິ່ງປະກອບດ້ວຍໜ້າກາກອະນາໄມ ເຈວສະເປແອວກໍຣໍ ເຄື່ອງວັດອຸນຫະພູມແບບມີຂາຕັ້ງ ເຈວແອວກໍຣໍ ແລະ ໜ້າກາກອະນາໄມແບບຜ້າ ຈາກກົມກອງທະຫານຊ່າງສີມື ລວມມູນຄ່າ 40.000.000 ກີບ ຫຼື ( ໜຶ່ງແສນສອງໝຶ່ນບາດ ) . ໃຫ້ແກ່ກອງທັບປະຊາຊົນລາວ ໂດຍມີ ທ່ານພັນຈັດຕະວາ ວັນທອງບຸດຕະວົງ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍ ທ່ານພັນຈັດຕະວາ ຄຳແພງ ພູມມະແກ້ວ ຫົວໜ້າກົມເສນາ ກົມໃຫ່ຍພາລາທິການ ແລະ ຄະນະເປັນຜູ້ມອບຮັບ ເພື່ອຊ່ວຍເຫຼືອຜູ້ທີ່ກຳລັງໄດ້ຮັບຄວາມເດືອດຮ້ອນຈາກການແຜ່ລະບາດຂອງພະຍາດໂຄວິດ -19 ໃນ ສປປ ລາວ ພ້ອມສົ່ງກຳລັງໃຈໃຫ້ເດີນໜ້າຜ່ານວິກິດຄັ້ງນີ້.